Monthly Archives: October, 2012

ລາວ ADB ຄາດວ່າ​ ເສດຖະກິດ​ລາວ ​ຈະ​ຂະຫຍາຍຕົວ ​ເພີ່ມ​ຂຶ້ນ ​ໂດຍສະ​ເລ່ຍ 7.9% ​ໃນປີນີ້


ທະນາຄານ​ພັດທະນາ​ເອ​ເຊຍຄາດໝາຍ​ວ່າ​ເສດຖະກິດ​ຂອງ​ລາວ​ຈະ​ຂະຫຍາຍຕົວ ​ເພີ່ມ​ຂຶ້ນ​ໃນ​ອັດຕາ​ສະ​ເລ່ຍ 7.9% ​ໃນ​ຕະຫຼອດ
​ປີ 2012 ນີ້ ​ເນື່ອງ​ຈາກ​ໄດ້​ຮັບ​ຜົນ ກະທົບ​ຈາກ​ວິ​ກິດ​ການ​ເສດຖະກິດ​ໃນ​ສະຫະລັດ​ແລະ​ຢູ​ໂຣບ.

ທະນາຄານ​ພັດທະນາ​ເອ​ເຊຍ ຫຼື ADB ​ໄດ້​ສະ​ເໜີ​ລາຍ​ງານ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ ວິ​ກິດ​ການ​ເສດຖະກິດທັງ​ທີ່ຢູ່​ໃນ​ສະຫະລັດອະ​ເມຣິ
ກາ ​ແລະ​ສະຫະພາບ​ຢູ​ໂຣບ​ໃນ​ເວລາ​ນີ້ ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ສະພາບ​ການ​ທາງ​ເສດຖະກິດ​ໂດຍ​ລວມຂອງ​ພູມີ​ພາກ​ເອ​ເຊຍ​ຕາ​ເວັນ​ອອກ
ຢ່າງ​ຫຼີກ​ລ່ຽງບໍ່​ໄດ້ ​ແລະ​ກໍ​ເຮັດ​ໃຫ້​ສາມາດ​ຄາດໝາຍ​ໄດ້​ວ່າ ​ເສ​ດຖະກິດ​ໂດຍ​ລວມຂອງ​ເອ​ເຊຍ​ຕາ​ເວັນ​ອອກ ​ຈະ​ຂະຫຍາຍ​ຕົວ​ຫລຸດ
​ລົງ​​ໃນ​ປີ 2012 ຕໍ່​ເນື່ອງ​ເຖິງ​ປີ 2013 ດ້ວຍ.ອ່ານຕໍ່

ບໍລິສັດ ໂຕໂຢຕາ ເອີ້ນຄືນ ລົດ 7 ລ້ານ 4 ແສນກວ່າຄັນ ໃນທົ່ວໂລກ


ບໍລິສັດໂຕໂຢຕາ ກໍາລັງ​ເອີ້ນຄືນ ລົດຫລາຍກວ່າ 7 ລ້ານ 4 ແສນຄັນ ໃນທົ່ວໂລກ ຍ້ອນຄວາມ​ສ່ຽງ​ຕໍ່​ການ​ເກີດໄຟໄໝ້ ​ເນື່ອງຈາກ​ຂໍ້​ບົກ​ຜ່ອງ​ກ່ຽວ​ກັບ​ບ່ອນປິດເປີດແວ່ນ ປ່ອງຢ້ຽມອັດຕະ​ໂນມັດ​ຂອງລົດ ໃນລົດຫລາຍກວ່າ 10 ລຸ້ນ.
ອ່ານຕໍ່

ລັດຖະບານລາວ ຢືນຢັນ ຈະກໍ່ສ້າງ ເຂື່ອນໄຊຍະບຸລີ ຕໍ່ໄປ

ທາງ​ການ​ລາວ​ຈະ​ສືບ​ຕໍ່​ດໍາ​ເນີນ​ການ​ກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບູລີ ​ເທິງລໍາ​ແມ່​ນໍ້າຂອງ ຫຼັງ​ຈາກ​ທີ່​ໄດ້​ທໍາ​ການ​ສຶກສາ​ເພື່ອ​ປ້ອງ​ກັນ​ບັນຫາ​ຜົນ​ກະທົບ​ໃນ​ດ້ານ​ຕ່າງໆ​ ໄດ້​ຢ່າງ​ສົມບູນ​​ແບບ​ແລ້ວ.

​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ກະຊວງ​ພະລັງງານ​ແລະ​ບໍ່​ແຮ່ ​ໄດ້​ໃຫ້ການ​ຢືນຢັນ​ວ່າ ການ​ດໍາ​ເນີນ​ການ​ກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບູລີ​ເທິງ​ແນວ​​ແມ່​ນໍ້າຂອງ​ໃນ​ລາວ​ຍັງຈະ​ມີ​ການດໍາ​ເນີນ​ງານ​ຕໍ່​ໄປ​ຢ່າງ​ແນ່ນອນ ​ຊຶ່ງ​ເວ
ລາ​ນີ້​ຍັງ​ລໍຖ້າ​ພຽງ​ການ​ເຫັນ​ຊອບ​ຈາກຄະນະ​ກໍາມາ​ທິການ​ແມ່​ນໍ້າຂອງ (MRC) ທີ່​ມີ​ລາວ ​ໄທ ກໍາປູ​ເຈຍ ​ແລະ​ຫວຽນາມ ທີ່​ເປັນ​ປະ​ເທດ​ສະມາຊິກ​ຮ່ວມ​ກັນ​ເທົ່າ​ນັ້ນ.

​ສາ​ເຫດ​ທີ່​ທາງ​ການ​ລາວ​ຍັງ​ຕ້ອງ​ລໍຖ້າ​ການ​ເຫັນ​ຊອບ​ດັ່ງກ່າວ ກໍ​ຍ້ອນ​ວ່າ​ ສະ​ມາ​ຊິກ​ບາງ​ປະ​ເທດ​ຍັງ​ມີ​ຄວາມ​ກັງວົນ​ໃຈ​ກ່ຽວ​ກັບ​ຜົນ​ກະທົບ​ຕໍ່​ສະພາບ​ແວດ​ລ້ອມທໍາ​ມະ​ຊາດ​ ແລະ​ຜົນ​ກະທົບ​ຕໍ່​ສັງຄົມ​ທີ່​ອາດ​ຈະ​ເກີດ​ຂຶ້ນຈາກ​ການ​ກໍ່ສ້າງ​ເຂື່ອນ​ໄຊຍະ​ບູລີ ຈຶ່ງ​ເຮັດ​ໃຫ້​ຕ້ອງ​ທໍາ​ການ​ສຶກສາ​ເພື່ອ​ປ້ອງ​ກັນ​ບັນຫາ​ຜົນ​ກະທົບດັ່ງກ່າວ​ອີກ​ເທື່ອ​ໃໝ່ ​ໃຫ້​ໄດ້​ມາດຕະຖານ​ສາກົນ ​ແລະ​ເປັນ​ທີ່​ຍອມຮັບ​ຂອງ​ສະມາຊິກ​ໃນ MRC ດ້ວຍ​ກັນ​ຢ່າງ​ແທ້​ຈິງ

ທະນາຄານໂລກ ທໍານາຍວ່າ ເສດຖະກິດເອເຊຍ ຈະຊັກຊ້າລົງ ໃນປີນີ້


ທະນາຄານໂລກໄດ້ອອກລາຍງານສະບັບນຶ່ງ ທີ່ທໍານາຍວ່າການຂະຫຍາຍຕົວຂອງ ເສດຖະກິດໃນຂົງເຂດເອເຊຍ ໂດຍລວມແລ້ວ ແມ່ນຈະຊັກຊ້າລົງ ໃນປີນີ້.

ລາຍງານທີ່ນໍາອອກເຜີຍແຜ່ໃນວັນຈັນມື້ນີ້ ກ່າວວ່າ ການຂະຫຍາຍຕົວຂອງເສດຖະກິດໃນຂົງເຂດເອເຊຍ-ປາຊິຟິກ ອາດຊັກຊ້າລົງເກືອບວ່າເຕັມນຶ່ງເປີເຊັນກໍໄດ້ ຈາກ 8.2% ໃນ ປີ
2011 ມາສູ່ 7.2% ໃນປີນີ້ ກ່ອນທີ່ຈະຟື້ນຕົວຄືນ ສູ່ 7.6%ໃນປີ 2013.

ລາຍງານສະບັບໃໝ່ນີ້ຍັງກ່າວອີກວ່າ ການສົ່ງອອກທີ່ອ່ອນແອແລະການລົງທຶນທີ່ຊັກຊ້າ ລົງນັ້ນ ຈະຕັດອັດຕາການຂະຫຍາຍ
ໂຕຂອງຜົນຜະລິດຮວມພາຍໃນປະເທດ ຫລື GDP ຂອງຈີນລົງຈາກ 9.3% ໃນປີ 2011 ສູ່ 7.7% ໃນປີນີ້. ແຕ່ເຖິງຢ່າງນັ້ນກໍຕາມ ທາງທະນາຄານ
ກ່າວວ່າ ຕົນຄາດຄະເນວ່າ ເສດຖະກິດຈີນຈະຂະຫຍາຍໂຕຄືນສູ່ອັດຕາ 8.1% ເວລາການກະຕຸກຊຸກຍູ້ທາງເສດຖະກິດ ເລີ່ມໄດ້ຜົນ.

ທະນາຄານໂລກກ່າວອີກວ່າ ບັນດານັກວາງນະໂຍບາຍໃນຂົງເຂດເອເຊຍຕາເວັນອອກແລະປາຊິຟິກ ຈະຕ້ອງໄດ້ສືບຕໍ່ດໍາເນີນການຄຸ້ມຄອງ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ
ແລະລຸດຜ່ອນຄວາມທຸກຈົນລົງ ຢູ່ໃນສະພາບແວດລ້ອມທີ່ຈະຂຶ້ນໆລົງໆແບບນີ້.ອ່ານຕໍ່

ເມສຊີ-ໂດ້ ຄົນລະສອງລູກ ບາຊ້າ-ມຣາດຣິດ ສະເໝີສຸດມັນ


ລີໂອເນລ ເມສຊີ ແລະ ຄຣິສເຕີຍໂນ້ ໂຣນັລໂດ້ ສອງສະຕາສ ຈາກ ບາເຊໂລນ່າ ແລະ ເຣອັລ ມາດຣິດ ຊັດຄົນລະສອງປະຕູ ໃນສຶກບານເຕະ ເອລ ກະລາສິໂກ້ ໂດຍມາດຮິດໄດ້ຢຸດຕິສະຖິຕິການຊະນະຂອງເຈົ້າບ້ານ ແລະ ຕາມຫຼັງບາຊາຢູ່ 8ຄະແນນ

ແມນຍູ ຟອມແແຮງອັດ ສາລິກາ 3:0


ຜົນປາກົດວ່າ ແມນຍູທີ່ພາດທ່າເສຍໃຫ້ກັບສະເປີໃນອາທິດທີ່ແລ້ວໄດ້ກັບມາເອົາຊະນະ ທີມນິວຄຣາດເຊີ ໄປຢ່າງຂາດລອເຖິງ 3:0 ໂດຍໄດ້ປະຕູຈາກ ຈອນນີ ອີແວນ, ປາທິກ ເອຟຣາ ແລະ ທອມ ແຄຟເວີຣີ ມີຄະແນນຕາມຫຼັງເຊວຊີຈ່າຝູງ4ຄະແນນ

ກອງ​ປະຊຸມ​ ASEP ຄັ້ງທີ 7 ຕົກລົງ ຈະເສີມ​ຂະຫຍາ​ຍ ຄວາມ​ຮ່ວມ​ມືໃນ 3 ດ້ານ

ກອງ​ປະຊຸມ​ການ​ເປັນ​ຄູ່​ຮ່ວມ​ລັດຖະສະພາ​ເອ​ເຊ​ຍ-ຢູ​ໂຣບຕົກລົງ​ເສີມ​ຂະຫຍາ​ຍຄວາມ​ຮ່ວມ​ມື​ເພື່ອ​ການ​ພັດທະນາ​ຢ່າງ​ຍືນ​ຍົງ​ໃນ 3 ດ້ານ​ທີ່​ສໍາຄັນ ພ້ອມ​ທັງ​ຍັງ​ໄດ້​ຮັບ​ສະມາຊິກ​ໃໝ່​ເພີ່ມ​ຂຶ້ນອີກ 4 ປະ​ເທດ​ອີກ​ດ້ວຍ.

ກອງ​ປະຊຸມ​ການ​ເປັນ​ຄູ່​ຮ່ວມ​ລັດຖະສະພາ​ເອ​ເຊຍ-ຢູ​ໂຣບ(ASEP) ຄັ້ງ​ທີ 7 ຢູ່​ນະຄອນ​ວຽງ​ຈັນ ທີ່​ໄດ້​ໄຂ​ຂຶ້ນຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ເຊົ້າຂອງ​ວັນ​ທີ່ 3 ຕຸລາ ​ແລະ​ໄດ້​ສິ້ນ​ສຸດ​ລົງ
​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 4 ຕຸລາ ພາຍ​ໃຕ້ການ​​ເປັນ​ປະທານ​ຂອງ​ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາແຫ່ງ​ຊາດ​ລາວ​ນັ້ນໄດ້​ມີ​ມະຕິ​ຕົກລົງ​ທີ່​ຈະ​ເສີມ​ຂະຫຍາຍ​ຄວາມ​ຮ່ວມ​ມື​ລະ​ຫວ່າງ
​ກັນ​ເຂົ້າ​ໃນ 3 ດ້ານ​ທີ່​ສໍາຄັນ ກໍ​ຄື​ການ​ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ສະ​ບຽງ​ອາຫານ ​ໃນ​ເງື່ອນ​ໄຂ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ອັນ​ສັບສົນ ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ຄຸ້ມ​ຄອງ​ໜີ້​ສາທາລະນະ ​ແລະ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຂອງ​ສັງຄົມ​ໃນ​ການ​ຄຸ້ມ​ຄອງ​ໄພພິບັດ.

ມືທີສາມ

tounee

DC4/1 morning

jumpagroup

dc4/1 morning

boboh4582

DC4/1 morning

WordPress.com News

The latest news on WordPress.com and the WordPress community.